ສະບາຍດີ ທຸກໆທ່ານທີ່ໄດ້ແວະວຽນເຂົ້າມາຢ້ຽມຢາມ Lao-ESLclub ຂອງພວກເຮົາ,
Lao-ESLclub ເປັນເວບໄຊທີ່ສະເໜີກ່ຽວກັບ ການຮຽນຮູ້ພາສາ English ທີ່ພະຍາຍາມ
ຈະນຳເອົາສິ່ງທີ່ດີ ແລະ ມີປະໂຫຍດຫຼາຍທີ່ສຸດມາສູ່ການຮຽນໃນຍຸກໂລກາວິວັດ.
Lao-ESLclub ບໍ່ແມ່ນເວບໄຊສອນພາສາ English, ບໍ່ແມ່ນເວບທີ່ມີເນື້ອໃນທາງ
ດ້ານພາສາ English ທີ່ຄົບຖ້ວນສົມບູນ. ແຕ່ເປັນໜຶ່ງໃນ ຜົນຂອງຄວາມພະຍາຍາມ ແລະ ຕັ້ງໃຈ ທີ່ຈະສ້າງສັນຜົນງານໃນຮູບແບບ E-Lerning, ເປັນການລວມຕົວກັນຂອງ
ນັກສຶກສາມະຫາວິທະຍາໄລແຫ່ງຊາດກຸ່ມນ້ອຍໆ ທີ່ມີຄວາມຄິດກົງກັນ ໃນບັນຫາ
" ພາສາ English
ກັບການຕິດຕໍ່ສື່ສານ "
ເນື້ອໃນພາຍໃນເວບໄຊແມ່ນປະກອບໄປດ້ວຍຫຼາຍພາກສ່ວນ,ແຕ່ລະພາກສ່ວນແມ່ນມີຫົວ
ຂໍ້ລະບຸໄວ້ຢ່າງຈະແຈ້ງ ເຊິ່ງທ່ານສາມາດເລືອກອ່ານໄດ້ຕາມຈຸດປະສົງ. ເວບໄຊຂອງພວກ
ເຮົາ ແມ່ນບໍ່ມີກະດານສົນທະນາ (Web Board) ເພື່ອໃຫ້ທ່ານໄດ້ໂພສຫົວຂໍ້ ຫຼື ຂໍ້ຂ້ອງ
ໃຈຕ່າງໆ, ແຕ່ທ່ານສາມາດໂພສຜ່ານ Blog ຂອງທາງເວບໄຊແທນ.
ເຖິງຢ່າງໃດກໍ່ຕາມ ເວບໄຊຂອງພວກເຮົາຄົງປາສະຈາກ ຂໍ້ຂາດຕົກບົກຜ່ອງ ແລະ
ຄວາມຜິດພາດໄປບໍ່ໄດ້, ຖ້າຫາກວ່າ ທ່ານຜູ່ອ່ານທ່ານໃດຫາກພົບເຫັນຂໍ້ຜິດພາດ ແລະ ຕ້ອງການໃຫ້ພວກເຮົາປັບປຸງ ຫຼື ເພີ່ມເຕີມເນື້ອໃນ ໃນພາກສ່ວນໃດ ກໍ່ສາມາດແຈ້ງຍັງທີມ
ງານຂອງພວກເຮົາໄດ້ ແລະ ພວກເຮົາເອງກໍ່ຈະນຳເອົາຄຳແນະນຳຂອງທ່ານ ເພື່ອນຳມາປັບ
ປຸງໃຫ້ເວບໄຊຂອງພວກເຮົາ ໃຫ້ມີຄວາມສົມບູນຂຶ້ນຕື່ມອີກໃນຂັ້ນຕໍ່ໄປ. |